ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ປາ​​ເເລັດ​ສະ​ຕິນ ຢ້ຽມຢາມ​ຈີນ​ ທາງ​ລັດ​ຖະ​ກິດ


  ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 14 ມິຖຸນາ ນີ້, ຢູ່​ນະ ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ແຫ່ງ ​ສປ ຈີນ ໄດ້​ພົບ​ປະ​ກັບ​ທ່ານ ມາ​ມຸດ ອັບ ​ບາ​​ສ ປະທານາທິບໍດີ​ປາ​​ເເລັດ​ສະ​ຕິນ ທີ່​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ທາງ​ລັດ​ຖະ​ກິດ. ປະມຸກ​ລັດ​ສອງ​ປະເທດ​ໄດ້​ປະກາດ​ສ້າງຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ- ປາ​​ເເລັດ​ສະ​ຕິນ. ໃນ​ເວລາ​ພົບ​ປະ​ສົນທະນາ​ທ່ານ ສີ​ຈິ້ນ​ຜິງ ໄດ້​ສະເໜີ​ຈຸດ​ຢືນ 3 ຂໍ້​ໃນ​ການ​ແກ້​ໄຂ​ບັນຫາ​ປາ​​ເເລັດ​ສະ​ຕິນ ຄື: ໜຶ່ງ, ຫົນທາງ​ແກ້​ໄຂ​ບັນຫາ​ປາ​​ເເລັດ ​ສະ​ຕິນ​ໂດຍ​ພື້ນຖານ ແມ່ນ​ສ້າງ​ປະເທດ​ປາ​​ເເລັດ​ສະ​ຕິນ​ທີ່​ຖື​ຊາຍ​ແດນ​ປີ 1967 ເປັນ​ພື້ນຖານ, ຖື​ເຢ​ລູ​ຊາ​ເລັມ​ຕາເວັນ​ອອກ​ເປັນ​ນະ ຄອນຫຼວງ ແລະ ມີ​ອະທິປະ​ ໄຕ​ສົມບູນ. ສອງ, ຄວາມ​ຕ້ອງການ​ດ້ານ​ເສດຖະກິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​​ເເລັດ​ສະ​ຕິນ ຕ້ອງ​ໄດ້​ຮັບ​ການ​ຮັບປະກັນ ແລະ ສາມ, ຕ້ອງ​ຍຶດ​ໝັ້ນ ​ເສັ້ນທາງ​ຖືກຕ້ອງ​ໃນ​ການ​ເຈລະຈາ​ສັນຕິພາບ. ຈີນ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ​ເຂົ້າ​ໃນ​ການ​ບັນລຸ​ຄວາມ​ປອງ​ດອງ​ພາຍ​ໃນ​ປາ​​ເເລັດ​ສະ​ຕິນ ແລະ ຊຸກຍູ້​ການ ​ ເຈລະ​ຈາ​ສັນຕິພາບ. ພາຍຫຼັງ​ການ​ພົບ​ປະ, ປະມຸກ​ລັດ​ສອງ​ປະເທດ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ສະແຕມ​ມື້​ທຳ​ອິດ​ໃນ​ການ​ລະນຶກ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ຈີນ-ປາ​​ເເລັດ​ ສະ​ຕິນ ຄົບຮອບ 35 ປີ ແລະ ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ເອກະ ສານ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຫຼາຍ​ສະບັບ. ສອງ​ຝ່າຍ​ໄດ້​ເຜີຍແຜ່ “ຖະແຫຼງການ​ຮ່ວມ​ລະ ຫວ່າງ ​ສປ ຈີນ ແລະ ປາ​​ເເລັດ​ສະ​ຕິນ ກ່ຽວ​ກັບ​ການ​ສ້າງຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ”.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/06/2023